ລາຍລະອຽດການຕິດຕໍ່ ເພື່ອຂໍຄວາມຊ່ວຍເຫລືອ

ເງື່ອນໄຂການປະກັນສິນຄ້າ ແລະ ຂອບເຂດການບໍລິການຂອງ ໄອເທັກ ຄອມພີວເຕີ
ເງືອນໄຂການຮັບປະກັນ
1. ຮັບປະກັນ : …………………ເດຶອນ, DVR……ເດືອນ, ກ້ອງ……..ເດືອນ, HDD……ເດືອນ, PowerS…….ມື້, Adapter…….ມື້. ………………………………………………………………………………………………………………
2. ລູກຄ້າຊື້ເຄື່ອງໄປແລ້ວທາງຮ້ານບໍໍ່ຮັບຄືນ, ຄວນເລືອກສິນຄ້າທີ່ຖືກຕ້ອງຕາມຫນ້າງານທີ່ຕ້ອງການໃຊ້ງານ.
3. ສິນຄ້າຊື້ໄປພາຍໃນ 7 ວັນທຳອິດ. ມີປັນຫາຈາກພາຍໃນ ຫລື ເກີດຂໍ້ບົກຜ່ອງຈາກຕົວເຄື່ອງ ທາງເຮົາປ່ຽນເຄື່ອງໃຫມ່ໃຫ້.
4. ສີນຄ້າຕ້ອງບໍ່ມີຮ່ອຍງັດແງະ, ຂາດ, ແຕກຫັກ, ບຸ້ມ, ໂພງ, ບວມ, ໄຫມ້, ຂີດຄ່ວນ, ບິ່ນ … ຖ້າມີແມ່ນຖືວ່າຫມົດປະກັນ.
5. ສີນຄ້າຕ້ອງບໍ່ມີຄວາມເສຍຫາຍຈາກໄຟໄໝ້, ໄຟຟ້າຊ໊ອດ, ນໍ້າຕົກໃສ່ ຫຼືເກີດຈາກການມ້າງ ກະທຳຈາກລູກຄ້າ
6. ສິນຄ້າຈະບໍ່ຮັບປະກັນ ຈາກເຫດໄພທຳມະຊາດເຊັນ: ໄຟໃຫມ້, ນ້ຳຖ້ວມ, ໄຟຟ້າຊ໋ອດລັດວົງຈອນ ແລະ ຜົນພວງຈາກທຳ
ມະຊາດທີ່ເຮັດໃຫ້ສິນຄ້າເສຍຫາຍ
7. ພາຍໃນຊ້ວງການຮັບປະກັນ ທາງຮ້ານຈະສົ່ງໄປສ້ອມແປງທີ່ສູນໃຫຍ່ໃຫ້ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ແຕ່ຈະໃຊ້ເວລາ 1 ຫາ
4 ອາທິດ ໃນການສົ່ງໄປ ແລະ ກັບ
8. ສີນຄ້າທຸກຢ່າງຂອງຮ້ານແມ່ນຕ້ອງມີສະຕິກເກີຂອງຮ້ານຕິດຢູ່ (ຫ້າມບໍ່ໃຫ້ລອກອອກ), ຫລືມີເລກ SN ທີ່ສາມາດກວດເຊັກ
ໃນລະບົບພວກເຮົາໄດ້
9. ກະລຸນາຮັກສາໃບບີນ ແລະ ນຳໃບບິນນີ້ມາທຸກຄັ້ງເພື່ອຢັ້ງຢືນວັນເວລາການຮັບປະກັນ
( ຂອບໃຈທຸກທ່ານໄວ້ວາງໃຈທີ່ເລືອກສິນຄ້າ ແລະ ບໍລິການຈາກພວກເຮົາ )
ເງື່ອນໄຂການບໍລິການສຳລັບ ລູກຄ້າຕິດຕັ້ງກ້ອງ, ລະບົບ Wifi, ລະບົບ SmartHome
1. ລູກຄ້າຕິດປັນຫາການໃຊ້ງານສາມາດຕິດຕໍ່ໄດ້ທີ່ເບີ 02023978939 ເພຶ່ອແຈ້ງປັນຫາ.
– ທີມງານເຮົາຈະຊ່ວຍຫາວິທີແກ້ໄຂປັນຫາເບື້ອງຕົ້ນ ໂດຍການສອບຖາມແລະແນະນຳວິທິການ.
2. ຫລັງຈາກຕິດຕັ້ງແລ້ວລູກຄ້າຢາກຍົກຍ້າຍຈຸດຕິດຕັ້ງ ແມ່ນຈະມີຄ່າບໍລິການເພີ່ມຄ່າແຮງງານແລະອຸປະກອນເສີມ
3. ຫລັງຈາກຕິດຕັ້ງສຳເລັດທີມງານເຮົາຈະສົ່ງ User/Password ໃຫ້ກັບລູກຄ້າເກັບໄວ້ເບີ່ງຄືນ / ນຳໄປລ໋ອກອີນເຄື່ອງອື່ນ
4. ຫລັງຈາກຕິດຕັ້ງສຳເລັດທີມເຮົາຈະສອນການໃຊ້ງານແລະວິທີການແກ້ປັນຫາເບື້ອງຕົ້ນ ຖ້າຫາກຕິດປັນຫາສາມາດສອບ
ຖາມຂໍ້ມູນຄືນໄດ້ຜ່ານທາງໂທລະສັບ (ແຕ່ຖ້າຫາກໃຫ້ເຂົ້າໄປຫາໃຫມ່ອີກ ເຮົາຈະເກັບ ຄ່ານ້ຳມັນລົດ)
5. ການບໍລິການສ້ອມແປງຫລັງຈາກທີ່ເຮົາຮັບແຈ້ງແມ່ນໃຊ້ເວລາໃນການຈັດຄີວແລະໄປສ້ອມແປງພາຍໃນ 1-3 ວັນ
6. ການແກ້ໄຂເບື້ອງຕົ້ນແມ່ນທາງເຈົ້າຂອງບ້ານສາມາດທົດລອງໄດ້ຕາມທີ່ເຮົາໂທແນະນຳ ພ້ອມແຈ້ງຂໍ້ມູນປັນຫາ ເພື່ອພວກ
ເຮົາຈະໄດ້ຈັດຕຽມອຸປະກອນແລະຄົນເຂົ້າສ້ອມແປງ. (ລູກຄ້າຕ້ອງໃຫ້ຄວາມຮ່ວມມືກັບເລື່ອງນີ້)
7. ທາງພວກເຮົາຂໍເກັບຂໍ້ມູນຜູ້ໃຊ້ແລະລະຫັດລູກຄ້າໄວ້ ເພື່ອແຈ້ງເວລາລູກຄ້າລືມ ແລະ ຊ່ວຍແກ້ໄຂປັນຫາເວລາລູກຄ້າເຈີ
ປັນຫາ ຫລື ແຈ້ງບໍ່ໃຫ້ພວກເຮົາເກັບກໍ່ໄດ້ (ຂໍ້ມູນຈະຖືກເກັບເປັນຄວາມລັບບໍ່ສາມາດເຜີຍແຜ່ໃຫ້ໃຜໄດ້ນອກຈາກເຈົ້າຂອງບ້ານເທົ່ານັ້ນ)